👉 ຕາດກວາງຊີ 🏖🏝
👉👉👉 🏝ຕາດກວາງຊີ 🏝👈👈👈
ຕາດກວາງຊີ : ເປັນນຳ້ຕົກຕາດແຫ່ງຫນຶ່ງຕັ້ງຢູ່ຫ່າງຈາກຕົວເມືອງຫລວງພະບາງປະມານ 32 km ໄດ້ຊື່ວ່າເປັນນຳ້ຕົກທີ່ສວຍງາມທີ່ສຸດຂອງແຂວງຫລວງພະບາງ
ນຳ້ຕົກຕາດກວາງຊີມີຈຳນວນຊັ້ນທັງມົດ 4 ຊັ້ນ ມີຄວາມສູງໂດຍລວມປະມານ 75ແມັດ ເປັນນຳ້ຕົກຕາດຫີນປູນ ນຳ້ໃນນຳ້ຕົກມີສີຂຽວມໍລະກົດພາຍໃນນຳ້ຕົກມີການຕົກແຕ່ງຈັດການການທ່ອງທ່ຽວໄວ້ຍ່າງລະບຽບຮຽບຮ້ອຍ.
#ຕາດກວາງຊີ
#ຕາດທີ່ງົດງາມທີ່ສຸດ😊
📍ນະຄອນຫລວງພະບາງ
 |
📌ຕາດງາມ ບໍ່ໄດ້ເສຍຄ່າເຂົ້າຊົມທີ່ຫຼາຍຄົນຍັງບໍ່ຮູ້ຈັກ ສວນອາຫານຕາດຮົ່ມໄມ້ ຕາດຮົ່ມໄມ້ 🌴🌳🌳
🇱🇦ມາທ່ຽວຫຼວງພະບາງ ໄປແວ່ຫລີ້ນຕສດກວາງຊີແລ້ວ ກະບໍ່ຄວນພາດທີ່ຈະມານັ່ງຫລີ້ນຢູ່ 🌳ສວນອາຫານນ້ຳຕົກຕາດຮົ່ມໄມ້ ບອກໄດ້ເລີຍວ່າທຳມະຊາດງາມບໍ່ແພຕາດກວາງຊີ ສາມາດລົງຫລີ້ນນ້ຳຫລີ້ນ ຫລື ຈະນັ່ງຊົມວິວ ກິນອາຫານຢູ່ຕີນຕາດກ້ອງຮົ່ມໄມ້ໃຫຍ່ເຢັນສະບາຍຊິວຊິວ ພ້ອມທັງມີບໍລິການອາຫານ ແລະ ເຄື່ອງດື່ມໃຫ້ບໍລິການ ຖ້າບໍ່ຢາກຫລີ້ນນ້ຳຢູ່ຕາດ ເພີ່ນກະມີອ່າງລອຍນ້ຳໃຫ້ລອຍນະຈະ ໄປກວາງຊີແລ້ວຢ່າລືມໄປແວະກິນເຂົ້າຢູ່ນີ່ເດີ
🎈ສວນອາຫານຕາດຮົ່ມໄມ້ ຕັ້ງຢູ່ບ້ານທ່າແປ້ນ ແຂວງຫລວງພະບາງ ຢູ່ທາງຂື້ນຕາດກວາງຊີເລີຍ ກາຍບ່ອນຈອດລົດໄຟ້າ ລະຢູ່ຂວາມື ສາມາດເອົາລົດໄປຈອດຢູ່ ສວນໄດ້ເລີຍເດີ ບໍ່ໄດ້ເສຍຄ່າເຂົ້າຊົມ https://maps.google.com/?q=19.755978,101
|
ไม่มีความคิดเห็น:
แสดงความคิดเห็น