ຜາແດງວິວເມືອງງອຍ









ທ່ອງທ່ຽວຫຼວງພະບາງ

#ຜາແດງວິວ
#ເມືອງງອຍ
#ແຂວງຫຼວງພະບາງ 
ຈຸດຊົມວີວພູຜາແດງເປັນໜຶ່ງໃນຈຸດຊົມວີວທີ່ສວຍງາມແຫ່ງໜຶ່ງຂອງ ແຂວງຫຼວງພະບາງ ຕັ້ງຢູ່ບ້ານສົບຮຸນ, ເມືອງງອຍ ເຊິ່ງໄລຍະທາງຫ່າງຈາກນະຄອນ ຫຼວງພະບາງ 142 ກິໂລແມັດ, ໃຊ້ ເວລາເດີນທາງດ້ວຍລົດ ປະມານ 3 ຊົ່ວໂມງກໍ່ໄປ ເຖິງຈຸດໝາຍປາຍທາງ.
ຈຸດຊົມວີວດັ່ງກ່າວໄດ້ເປີດບໍລິການ ທຸກໆວັນ ເລີມແຕ່ ເວລາ 06:00-17:00, ຄ່າທໍານຽມເຂົ້າຊົມ 20,000 ກີບ/ຄົນ. ເລີ່ມຍ່າງຈາກບ້ານສົບຮຸນ ຂື້ນຫາຈຸດຊົມວີວ ໃຊ້ເວລາປະມານ 1 ຊົ່ວໂມງ 30 ນາທີ, ເສັ້ນທາງຂື້ນສະດວກສະບາຍ ມີຈຸດແວ່ພັກເຊົາ 2-3 ຈຸດ, ນັກທ່ອງທ່ຽວ ທີ່ຈະຂືນໄປຕ້ອງເປັນຜູ້ທີ່ມີສຸຂະພາບແຂງແຮງ ກ່ອນຈະຂື້ນຕ້ອງໄດ້ກະກຽມເປັນຕົ້ນແມ່ນນ້ຳດື່ມ ຫຼື ນັກທ່ອງທ່ຽວກຸ່ມໃດ ຢາກໄປກິນເຂົ້າປ່າ ( Picnic ) ກໍ່ສາມາດກະກຽມອາຫານຂື້ນໄປກິນໄດ້ເພາະວ່າຢູ່ດ້ານເທິງພູຜາແດງບໍ່ມີຮ້ານຂາຍເຄື່ອງດື່ມຫຼື ອາຫານ. ໃນເມື່ອທ່ານໄດ້ຂື້ນໄປເຖິງຈອມຜາແດງນີ້ແລ້ວ ທ່ານຈະສາມາດຫຼຽວເຫັນທັດສະນິຍະພາບ 360 ອົງສາ, ໃນຕອນເຊົ້າຈະເຫັນທະເລໝອກ ແລະເບິ່ງເຫັນຕາເວັນຂື້ນເປັນວີວທີ່ສວຍງາມຫຼາຍ, ໃນຕອນບ່າຍເວລານ້ຳໝອກຈາງຫາຍໄປທ່ານກໍ່ຈະສາມາດ ຫຼຽວເຫັນທັດສະນິຍະພາບຂອງແມ່ນໍ້າອູໄຫຼອ້ອມກອດເມືອງງອຍ ເປັນພາບທີ່ສວຍສົດງົດງາມ, ຖ້າວ່ານັກທ່ອງທ່ຽວຂື້ນຕອນແລງກໍ່ຈະໄດ້ສຳພັດກັບບັນຍາກາດເຢັນໆ ແລະ ໄດ້ເຫັນອີກມູມໜື່ງທີ່ຕະເວັນ ກຳລັງໃກ້ຈະລັບຂອບຟ້າສ່ອງແສງກະທົບກັບພູເຂົາ ແລະສາຍນໍ້າແບບທຳມະຊາດ ທີ່ມີບັນຍາກາດສຸດໂລແມນຕິກ ເຊິ່ງເປັນແຫຼ່ງທ່ອງທ່ຽວທີ່ຂຶ້ນຊື່ລືຊາຂອງເມືອງງອຍແຫ່ງນີ້.
    👉 ຢ່າລືມພາກັນໄປທ່ຽວໄປຊົມກັນເດີ ເພາະວ່າຊ່ວງນີ້ອາກາດເລີ່ມເຢັນແດ່ແລ້ວໝອກກະເລີ່ມມີຫຼາຍຄືກັນ ອາກາດກໍ່ດີດີ, ທຳມະຊາດກະສວຍສົດງົດງາມແທ້ໆໄດ໋.
  👉 ສາຍພະຈົນໄພ, ສາຍຖ່າຍຮູບເຮົາບໍ່ຄວນພາດກັນເດີ..!!!!
#ພາບຈາກຜາແດງວິວ

 

                                    ຊົມວີວຕົວເມືອງຫຼວງພະບາງ



[English Text Below]
🌥️ ຜາແດງເມືອງງອຍໃນລະດູໜາວ ☁️

ເຊື່ອວ່າຫຼາຍຄົນຄົງຈະຄຸ້ນໆຊື່ ຜາແດງເມືອງງອຍ ດິນແດງແຫ່ງທະເລໝອກ ແລະ ເປັນຈຸດຊົມວິວທຳມະຊາດເມືອງງອຍ ໂດຍສະເພາະຍາມໜາວຊ່ວງເດືອນຕຸລາ-ກຸມພາ ສາມາດເຫັນໝອກໄດ້ຢ່າງຊັດເຈນ ສາຍຖ່າຍຮູບບໍ່ຜິດຫວັງແນ່ນອນ ຖ່າຍໄປຊົມວິວໄປ ບອກເລີຍວ່າ ຄັກອີຫຼີ😍🤗

📍ຫ່າງຈາກຕົວເມືອງຫຼວງພະບາງ 140 KM ຫຼື ຂີ່ລົດໃຫຍ່ໃຊ້ເວລາ 4 ຊົ່ວໂມງກະຮອດແລ້ວ

#ລາວທ່ຽວລາວ #ທ່ຽວລາວທ່ຽວເລີຍ #ເລາະລອງລຸຍ #ຈຸດຊົມວິວຜາແດງ #ເມືອງງອຍ #ແຂວງຫຼວງພະບາງ



ຄຸ້ມຄ່າກັບການໃຊ້ເວລາເກືອບ 80 ນາທີ ປີນຂຶ້ນມາຈົນເຖິງ
ຍອດຜາແດງ ເຫັນວິວເມືອງງອຍ ເມກເຝື້ອລອຍປົກຫຸ້ມ ອຸນຫະພູມ 13 ອົງສາ ບວກຝົນຕົກລົງມາຄ່ອຍໆ☁️❄️
ບອກໄດ້ເລີຍວ່າ ສຸດຍອດຄວາມງາມອີ່ຫລີ 🌳🏞️🌿
ນະຕອນນີ້ 10 ໂມງເເລ້ວ ແດດຍັງບໍ່ມີເລີຍ ສົດຊື່ນ 😊💦





ไม่มีความคิดเห็น:

แสดงความคิดเห็น

ແຫຼ່ງທ່ອງທ່ຽວແຂວງຫຼວງພະບາງ

#ທ່ອງທ່ຽວຫຼວງພະບາງ #ແຂວງຫຼວງພະບາງ ຕັ້ງຢູ່ພາກເໜືອຂອງປະເທດລາວ ທີ່ມີແຫຼ່ງທ່ອງທ່ຽວທີ່ສວຍສົດງົດງາມຫຼາຍແຫ່ງບໍ່ວ່າຈະເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ, ປະ...