ແນມເບີ່ງຮູບວັດຊຽງທອງແລ້ວເກີດມີຄວາມປະທັບໃຈ. ເໜືອນຄ້າຍໆຄືວ່າມີມົນສະຖິດຢູ່ໃນທີ່ມີຄວາມລືກລັບດືງດູດຄວາມງາມອັນອ່ອນຊ້ອຍເວລາມາຊົມແລ້ວມີຄວາມຄິດເຖີງ ແລະ ເກິດປະທັບໃຈຢາກມາພົບອີກ. ເວລາຊົມສັງເກດເບີ່ງຮູບພາບນີ້ງໆຢູຄົນດຽວປັດສະຈາກສຽງລົບກວນ ຫຼືວ່າໄປສໍາພັດຕົວຈີງໄດ້ເກີດມີການຈິນຕະນາການໄປຫຼາຍຢ່າງເຊັ່ນຄວາມເລິກເຊີ່ງທາງດ້ານວັດທະນະທັມ,ຄວາມເຄົາລົບບູຊາຈາກຫົວໃຈປ່ຽມລົ້ນໄປດ້ວຍສັດທາ,ຄວາມແຂງແກ່ນປະກອບດ້ວຍຄວາມອ່ອນນ້ອມຂອງສີ່ງສັດສິດ ແລະສັດທາຂອງຜູສ້າງ ເຮັດໃຫ້ຂ້າພະເຈົ້າຄິດເຖີງຄົນລຸ້ນກ່ອນໆທີ່ອອກແບບ ແລະ ກໍ່ສ້າງຊ່າງມີຄ່ວາມເກັງກ້າສາມາດດືງເອົາຈິດວິນຍານຂອງຄົນໃຫ້ມີສັດທາຕໍ່ພຸດທະສາດສະໜາໄດ້ເລິກເຊີ່ງເຫຼືອເກີນ. ຂໍຍໍມືໃຫ້ຢູ່ຄູ່ຟ້າກັບປະເທດລາວຕະຫຼອດໄປດ້ວຍເທີ້ນ..
 |
ພຣະເຈົ້າທອງສຸຂ ແລະພຣະເຈົ້າອົງແສນ ທີ່ມີພຸດທະລັກສະນະທີ່ງົດງາມຫລາຍ ເຊິ່ງຖືວ່າເປັນແບບສະບັບຂອງສິລະປະລາວລ້ານຊ້າງ ທີ່ຮຸ່ງເຮືອງສຸດຂີດ ໃນຍຸກສະໄໝຂອງພຣະເຈົ້າໄຊຍະເສດຖາທິຣາຊ ປົກກະຕິທົ່ວໆໄປ ໃນເຂດຫລວງພຣະບາງ ພຣະພຸດທະຮູບທີ່ເປັນປະທານພາຍໃນສີມ ( ອາຮາມ ) ຈະຮຽກ ຫລືເອີ່ນນາມວ່າ ພຣະເຈົ້າອົງຫລວງ ຫລືວ່າກໍ່ຮຽກວ່າ ພຣະປະທານ ແຕ່ກໍ່ມີບາງວັດເທົ່ານັ້ນທີ່ ພຣະປະທານຈະມີຊື່ຮຽກນາມຂອງເພິ່ນ ແລະທີ່ພິເສດທີ່ສຸດ ວັດທີ່ເຫັນໃນຮູບແຫ່ງນີ້ ຈະເອີ້ນພຣະປະທານພາຍໃນສິມ ແຫ່ງນີ້ທີ່ມີຊື່ວ່າ : "ພຣະເຈົ້າທອງສຸຂ " ເຊິ່ງຈະໝາຍເຖິງຫຍັງ ? ພວກເຮົາຈະຕ້ອງຊ່ອຍກັນຄົ້ນຄວ້າ ແລະສຶບທາວຫາຄວາມໝາຍນີ້ ຕໍ່ໆໄປ ? ຮູບນີ້ແມ່ນພຣະເຈົ້າທອງສຸຂ ເຊິ່ງເປັນພຣະປະທານພາຍໃນອາຮາມ ( ສີມ ) ຂອງວັດຊຽງທອງ ໄຊຍະໂຣະຫະຣາມາທິບໍດີມະຫາວິຫາຣ ນະຄອນຫລວງພຣະບາງ
* ຖ້າສັງເກດເບິ່ງດີໆ ຍອດເກດຂອງພຣະເຈົ້າທອງສຸຂ ແມ່ນເກີດມີການແຕກແຫງແລະເນື້ອຄຳ ທີ່ຕິດກໍ່ຫລຸດອອກບາງສ່ວນແລ້ວ ຕໍ່ໄປພາຍພາກຫນ້າ ໃຜເດ່ ? ຈະເປັນຜູ້ມີບຸນ ບາຣະມີ ມາບູຣະນະປະຕິສັງຂອນ ຕິດເປັນຂອບຄຳ ມາປະດັບໃສ່ຍອດເກດ ຂອງພຣະເຈົ້າທອງສູຂ ອົງນີ້ ?
|
 |
ຕອນຫົວຄ່ຳມື້ນີ້ 07 ຕຸລາ 2022 ທີ່ວັດຊຽງທອງ ນະຄອນຫລວງພຣະບາງ
ໄດ້ເລິ່ມມີພິທີໄຕ້ໂຄມເຕັມລານວັດຊຽງທອງກັນແລ້ວ ໃຜຍັງບໍ່ຮູ້ຂ່າວ ຮີບຟ້າວອາບນ້ຳ-ກິນເຂົ້າ ແຕ່ງຕົວງາມໆ ແລ້ວອອກໄປຮ່ວມພິທີ ແຫ່ງຄວາມສະຫວ່າງສະໄຫວຂອງປະທີບແຫ່ງສັດທາບຸນ ເພື່ອສ່ອງເບິ່ງຄວາມງົດງາມຂອງແຫ່ງຄວາມຮຸ່ງເຮືອງຈາກໂຄມກາບ ໂຄມບັ້ງ ໂຄມດາວ ທີ່ໄຕ້ເຕັມຢ່າງເດຍລະດາດທົ່ວລານວັດຊຽງທອງ ແລະຕາມສີຫນ້າຂອງອາຮາມ ກະດິ ແລະທາຕນ້ອຍ-ທາຕຸໃຫຍ່ ທຸກແຈມູມຂອງວັດຊຽງທອງ.
|
ພຣະພຸທທະຮູບທີ່ເປັນຮູບແບບ ຂອງສິລະປະ ແບບລາວລ້ານຊ້າງ ມີໃຫ້ເຫັນ ໃຫ້ຂາບໄຫວ້ ໃຫ້ບູຊາ ທີ່ວັດຊຽງທອງ .
ວັດຊຽງທອງ ແມ່ນສ້າງຂຶ້ນມາດ້ວຍຄວາມສັດທາຂອງພຸດທະບໍລິສັດ ທັງຫລາຍ ເພື່ອເປັນເສນາສະຖານ ໃນການຄ້ຳຊູພຣະພຸດທະສາສະໜາ ໃຫ້ຮຸ່ງເຮືອງ ແລະສະຖິດສະຖາພອນ ກັບສັງຄົມລາວ ແຕ່ອະດິດຮອດປັດຈຸຸບັນ ສິ່ງໃດສິ່ງຫນຶ່ງທີ່ສ້າງມາດ້ວຍຄວາມມີສັດທາໝັ້ນແກ່ນນັ້ນຈະມີສະເໜ່ ງົດງາມ ແລະບໍ່ຈິດຈາງຕາມການເວລາ ຍິ່ງຈະເພິ່ມພູນທະວີຜົນ ດັ່ງວັດຊຽງທອງ ນະຄອນຫລວງພຣະບາງ ນີ້ແລ
ເບິ່ງມູມໃດ ເບິ່ງບ່ອນໃດ ກໍ່ສະອອນຕາ-ສະອອນໃຈ ໃນການວາງຕຳແໜ່ງໂຄງຮ່າງ ໂຄງສ້າງຢ່າງລົງຕົວແລະມີຄວາມໝາຍແຝງໄປທົ່ວທຸກບ່ອນຂອງວັດຊຽງທອງແຫ່ງນີ້..
ไม่มีความคิดเห็น:
แสดงความคิดเห็น