ແຫຼ່ງທ່ອງທ່ຽວຖ້ຳຕິ່ງ


 
[English Text Below]
⛰️ ຖໍ້ງຕິ່ງ ຫຼວງພະບາງ ⛰️

ຖໍ້າປາກອູ ຫຼື ຖໍ້າຕິ່ງ ເປັນອີກໜຶ່ງແຫຼ່ງທ່ອງ ທີ່ພາດບໍ່ໄດ້ເມື່ອໄປ ແຂວງຫຼວງພະບາງ📌 ເຊິ່ງເປັນຖໍ້າທີ່ນັກທ່ອງທ່ຽວໃຫ້ຄວາມສົນໃຈ ແລະມາຢ້ຽມຍາມບໍ່ຂາດສາຍ🛶 ຖໍ້າຕິ່ງແບ່ງອອກເປັນ 2 ຖໍ້າຄື ຖໍ້າຕິ່ງລຸ່ມ ແລະ ຖໍ້າຕິ່ງເທິງ, ເມື່ອເຂົ້າມາຈະພົບກັບ ຖໍ້າຕິ່ງລຸ່ມ ກ່ອນ ພາຍໃນບໍ່ເລິກ ມີຫີນງອກ ຫີນຍ້ອຍ🪨 ແລະ ມີຮູບປັ້ນພະພຸດທະຮູບນ້ອຍໃຫຍ່ຫຼາຍອົງ ເພື່ອໃຫ້ຜູ້ຄົນທີ່ມາຮອດໄດ້ກາບໄຫວບູຊາ🙏🏻 ເພື່ອເປັນສິລິມົງຄຸນແກ່ຕົນເອງ ແລະ ຄອບຄົວ🙆🏻‍♂️👨‍👩‍👦 ຖໍ້າຕິ່ງ ຕັ້ງຢູ່ແຄມນໍ້າ💦 ສະນັ້ນ ຕ້ອງໄດ້ເດີນທາງດ້ວຍເຮືອ🚤 ພ້ອມກັນນັ້ນ ຍັງເປັນການຊົມທຳມະຊາດລະຫ່ວາງທາງໄປພ້ອມ💦🌱
ໄປຫຼວງພະບາງ ລອງໄປຢ້ຽມຢາມຖໍ້າຕິ່ງເບິ່ງເດີ້ ແລ້ວທ່ານຈະຫຼົງສະເໜ່ທຳມະຊາດຂອງແຂວງຫຼວງພະບາງຢ່າງແນ່ນອນ🍃😍

📍 ຖໍ້າຕິ່ງ ຫ່າງຈາກຕົວເມືອງຫຼວງພະບາງ 25 ກິໂລແມັດ🚙.


ພຣະພຸດທະຮູບ
ເພື່ອສັກກະລະບູຊາຂາບໄຫ້ວກ່ອນຈະເຂົ້າທ່ຽວຊົມ
ຖ້າຕິ່ງປະກອບໄປດ້ວຍ 2 ຖ້ຳ ແຍກຂວາໄປຖ້ຳລຸ່ມ ແລະແຍກຊ້າຍໄປຖ້ຳເທິງ ຖ້າລຸ່ມນັ້ນສູງ 60 ແມັດ ຈາກພື້ນນ້ຳ ມີລັກສະນະເປັນອຸໂມງຖ້ຳຕື້ນໆ ມີຫິນງອກຫິນຍ້ອຍເລັກໜ້ອຍ ເປັນຖ້ຳທີ່ມີພະພຸດທະຮູບຈຳນວນຫຼາຍ ແລະຫຼາຍຂະໜາດ ສ່ວນຫຼາຍຈະເປັນພະຢືນ ມີທັງປາງປະທານພອນ ແລະປາງຫ້າມຍາດ ຄວາມສຳຄັນຂອງຖ້ຳຕິ່ງໃນສະໄໝ ບູຮານເປັນບ່ອນສັກກາລະ ບວງສວງດວງວິນຍານ ຜີຟ້າ ຜີແຖນ ເທວະດາຜາຕິ່ງ.

ຖ້ຳຕິ່ງໃນມື້ນີ້ຍັງສະແດງເຖິງຍຸກແຫ່ງການປະຕິວັດ ຄວາມເຊື່ອຂອງປະຊາຊົນລາວໃນອະດີດ ທີ່ເຄີຍນັບຖືຜີ ພະເຈົ້າໂພທິສາລະລາດ ຊົງເລື່ອມໃສໃນ ພຸດທະສາດສະໜາ ແລະຊົງໃຊ້ຖ້ຳຕິ່ງເປັນສະຖານທີ່ສັກສິດທາງພຸດທະສາດສະໜາ ແລະມີການຄົ້ນພົບພະພຸດທະຮູບທີ່ສ້າງຂຶ້ນໃນສະຕະວັດທີ 18-19 ຫຼາຍກວ່າ 2,500 ອົງ ສ່ວນຫຼາຍສ້າງຂຶ້ນຈາກໄມ້ ເມື່ອຕອນຄົ້ນພົບໃໝ່ ມີພະພຸດທະຮູບຈຳນວນໜຶ່ງທີ່ສ້າງດ້ວຍເງິນ ແລະຄຳ ແຕ່ຖືກເຄື່ອນຍ້າຍອອກໄປໝົດ ນັບແຕ່ນັ້ນມາຖ້ຳຕິ່ງຈຶ່ງເປັນຖ້ຳທີ່ສັກສິດ ເຈົ້າມະຫາຊີວິດຫຼວງພະບາງ ຕ້ອງໄປສັກກາລະບູຊາພະພຸດທະຮູບໃນຖ້ຳ ໂດຍສະເພາະໄລຍະບຸນປີໃໝ່ລາວ ທັງເຈົ້າມະຫາຊີວິດ ພະນັກງານລັດຖະການ ພະສົງ ປະຊາຊົນທົ່ວໄປ ຈະເດິນທາງໄປຫົດສົງພະພຸດທະຮູບ ທີ່ຕ່ຳຕິ່ງເທິງແລະຖ້ຳຕິ່ງລຸ່ມ ຈາກນັ້ນຈຶ່ງໄປຫົດສົງພະພຸດທະຮູບ ທີ່ວັດປາກອູ ເຊິ່ງຢູ່ໃກ້ໆ ກັບຖ້ຳຕິ່ງ ສຳລັບຖ້ຳເທິງນັ້ນ ມີທາງແຍກໄປທາງຊ້າຍຂຶ້ນຂັ້ນໄດໄປ 218 ຂັ້ນ ສອງຂ້າງທາງຮົ່ມເຢັນດ້ວຍເງົາໄມ້ ລັກສະນະຖ້ຳຕິ່ງເທິງເປັນປາກຖ້ຳບໍ່ເລິກປານໃດ ມີພະພຸດທະຮູບຢູ່ພາຍໃນຖ້ຳ ແຕ່ບໍ່ຫຼາຍເທົ່າກັບຖ້ຳຕິ່ງລຸ່ມ ທີ່ປາກຖ້ຳມີໄຟສາຍໃຫ້ເຊົ່າສຳລັບເຂົ້າໄປ ເຍືອງເບິ່ງຄວາມສວຍງາມພາຍໃນຖ້ຳ. ບອກໄດ້ວ່າຖ້າໃຜໄດ້ໄປຫຼວງພະບາງ ແຫຼ່ງທ່ອງທ່ຽວ ແຫ່ງໜຶ່ງທີ່ບໍ່ຄວນພາດຄື ຖ້ຳຕິ່ງ.






ไม่มีความคิดเห็น:

แสดงความคิดเห็น

ແຫຼ່ງທ່ອງທ່ຽວແຂວງຫຼວງພະບາງ

#ທ່ອງທ່ຽວຫຼວງພະບາງ #ແຂວງຫຼວງພະບາງ ຕັ້ງຢູ່ພາກເໜືອຂອງປະເທດລາວ ທີ່ມີແຫຼ່ງທ່ອງທ່ຽວທີ່ສວຍສົດງົດງາມຫຼາຍແຫ່ງບໍ່ວ່າຈະເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ, ປະ...